ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານພານ ເມືອງຍອດອູ ແຂວງຜົ້ງສາລີ

ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານພານ ເມືອງຍອດອູ ແຂວງຜົ້ງສາລີ ເນື້ອທີ 1,1 ເຮັກຕາ
ວັນທີ 13 ກຸມພາ 2023 ທີ່ຜ່ານມາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຜົ້ງສາລີ ຈຶ່ງໄດ້ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຍອດອູ ແລະ ພາກສ່ວນທີ່ກ່ຽວຂ້ອງລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກ
ລອບປູກຢູ່ ຈຳນວນ 3 ຕອນ ມີເນື້ອທີ 1,1 ເຮັກຕາ ພ້ອມທັງສຶກສາອົບຮົມ, ກ່າວເຕືອນ ແລະ ຊີ້ແຈງຜົນຮ້າຍ, ໄພອັນຕະລາຍຂອງຢາຝິ່ນ.
ເນື່ອງຈາກຢາຝິ່ນເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຢາບ້າ, ເຮໂລອິນ
 ແລະ ເປັນສ່ວນປະສົມໃນການຜະລິດສານເສບຕິດປະເພດອື່ນໆທີ່ຜິດກົດໝາຍ ແລະ ເກືອດຫ້າມ ໃນ ສປປ ລາວ.

Leave a Reply

Your email address will not be published.