ສຸດສະເທືອນໃຈແທ້!…ນາງສາວລາວສະຫງ່າງາມ ເອກອ້າງຄວາມເປັນລາວ ເຜົ່າມົ້ງ ຜືນແຜນດິນປະເທດລາວ

ສະຫງ່າງາມ ເອກອ້າງຄວາມເປັນລາວ ເຜົ່າມົ້ງ ຜືນແຜນດິນປະເທດລາວ ກັບມີຊື່ຊຸດທີ່ວ່າ ເອກະລັກ 3ຊົ່ນເຜົ່າ ກັບການນຳສະເຫນີ ລາຍຜ້າ , ແຄນ ດອກຈຳປາ ແລະ ສັນຍາລັກ ທຸງລາວ ດ້ວຍຊຸດປະຈຳຊາດ ປະດິດຄິດສ້າງອອກແບບໂດຍຄົນລາວ 100% ຢ່າງລະອຽດ ປານີດ ບົ່ງບອກເຖິງຄວາມສວຍງາມ ອັນເປັນຊາດຕິພັນຂອງລາວ ໄດ້ຢ່າງລົງໂຕ.

4ຮອບ ສຳລັບຄືນຜ່ານມາ ແຟນໆມັກຮອບໄດທີ່ສຸດ ໃນຮອບ Preliminary Miss Universe 2022 😍
ສຳລັບແອັດເອງ ພູມໃຈໃນໂຕ ປ່າເຢັ້ງຊາ ລໍ່ ສຸດໆ.
ເຮັດດີທຸກໆຮອບ ແລະ ເຮັດຫນ້າທີ່ຂອງສາຍສະພາຍລາວ ໄດ້ຢ່າງສະຫງ່າງາມ ທີ່ສຸດ.! ຖືວ່າຜົນງານເທີງເວທີຈັກກະວານ ໃນຄືນວານນີ້
ສ້າງປະກົດການ ໃນພະລັງຂອງຄົນລາວອີກຄັ້ງ ທີ່ຕື່ນມາຮ່ວມເຊຍ ແລະ ໃຫ້ກຳລັງໃຈ ຕົວແທນປະເທດລາວໃນຄັ້ງນີ້.
ພວກເຮົາຫວັງວ່າ ທີ່ 15/01/2023 ເວລາ 08:00 ໂມງເຊົ້າ ( ຂອງປະເທດລາວ ) ພວກເຮົາທຸກຄົນ ຈະຕື່ນ ເພື່ອສົ່ງກຳລັງໃຈ ໃຫ້ກັບ Miss Univese Laos 2022 ໃນການເປີດປະຕູໃຫ້ກັບປະເທດລາວໃນຄັ້ງນີ້
ມາຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ປ່າເຢັ້ງຊາ ລໍ່ ນຳກັນ.
ເພາະເຮົາຈະເຊຍໃຫ້ສຸດ ແລ້ວຢຸດທີ່ປ່າເຢັ້ງຊາ ລໍ່.

Leave a Reply

Your email address will not be published.